"ກະແຈລວມ" ໃນ Microsoft Access ໝາຍເຖິງ "ກະແຈລວມ" ຫຼື Composite Key ເປັນກະແຈຫຼັກທີ່ສ້າງຈາກຊ່ອງຂໍ້ມູນ (Field) ຫຼາຍກວ່າໜຶ່ງຊ່ອງຮ່ວມກັນ ເພື່ອລະບຸແຖວຂໍ້ມູນໃນຕາຕະລາງໃຫ້ບໍ່ຊໍ້າກັນ.
ລັກສະນະຂອງກະແຈລວມ (Composite Key):
-
ສ້າງຈາກຫຼາຍຊ່ອງຂໍ້ມູນ:
ຊ່ອງຂໍ້ມູນແຕ່ລະຊ່ອງໃນກະແຈລວມອາດມີຄ່າຊໍ້າກັນໄດ້ ແຕ່ເມື່ອລວມຄ່າທັງໝົດເຂົ້າກັນ ຈະເຮັດໃຫ້ໄດ້ຄ່າທີ່ບໍ່ຊໍ້າກັນໃນແຕ່ລະແຖວຂອງຕາຕະລາງ.
-
ໃຊ້ເມື່ອບໍ່ມີຊ່ອງຂໍ້ມູນໃດທີ່ບໍ່ຊໍ້າກັນ:
ກະແຈລວມເໝາະສົມສໍາລັບສະຖານະການທີ່ບໍ່ມີຊ່ອງຂໍ້ມູນໃດຊ່ອງໜຶ່ງທີ່ສາມາດໃຊ້ເປັນກະແຈຫຼັກໄດ້ເພີງລໍາພັງ.
-
ຊ່ວຍໃນການສ້າງຄວາມສຳພັນລະຫວ່າງຕາຕະລາງ:
ມັກໃຊ້ໃນການສ້າງຄວາມສໍາພັນລະຫວ່າງຕາຕະລາງ ໃນກໍລະນີທີ່ຕ້ອງອ້າງອີງຂໍ້ມູນທີ່ຊັບຊ້ອນ ເຊັ່ນ ໃນຕາຕະລາງທີ່ສະແດງຄວາມສໍາພັນແບບຫຼາຍຕໍ່ຫຼາຍ (Many-to-Many).

ຕົວຢ່າງການໃຊ້ກະແຈລວມ (Composite Key):
ຕາຕະລາງ: ການລົງທະບຽນວິຊາ (Course_Registration)
- ໃນກໍລະນີນີ້ Student_ID ແລະ Course_ID ລວມກັນເປັນ ກະແຈລວມ (Composite Key)
- ເນື່ອງຈາກ Student_ID ອາດຊໍ້າໄດ້ ແລະ Course_ID ກໍອາດຊໍ້າໄດ້ ແຕ່ເມື່ອລວມກັນແລ້ວ ຈະບໍ່ຊໍ້າກັນໃນແຕ່ລະລາຍການການລົງທະບຽນ.
ຄໍາຖາມແລະຄໍາຕອບກ່ຽວກັບການສ້າງກຸນແຈລວມ (Composite Key) ໃນ Microsoft Access
ຄຳຖາມກວດກາປະຈຳເດືອນ 21. ກຸນແຈລວມ (Composite Key) ແມ່ນຫຍັງ?
A) ຄວາມສາມາດໃນການໃສ່ຂໍ້ມູນຫຼາຍຕາຕະລາງ
B) ການນໍາໃຊ້ຫຼາຍຄ່າຄວາມເປັນເອກະລັກຮ່ວມກັນເພື່ອກໍ່ຕັ້ງກຸນແຈຫຼັກ
C) ຄວາມສາມາດໃນການໃຊ້ວິທະຍຸໃນການສົ່ງຂໍ້ມູນ
D) ການລົບຂໍ້ມູນອັດຕະໂນມັດ
ຄໍາຕອບ:
B) ການນໍາໃຊ້ຫຼາຍຄ່າຄວາມເປັນເອກະລັກຮ່ວມກັນເພື່ອກໍ່ຕັ້ງກຸນແຈຫຼັກ
2. ຂັ້ນຕອນໃດແມ່ນຂັ້ນຕອນທໍາອິດໃນການສ້າງກຸນແຈລວມໃນ Microsoft Access?
A) ເປີດແຟ້ມເອກະສານໃໝ່
B) ເປີດຕາຕະລາງໃນໂໝດ Design View
C) ສ້າງແບບຟອມໃໝ່
D) ລວມຕາຕະລາງທັງໝົດເຂົ້າກັນ
ຄໍາຕອບ:
B) ເປີດຕາຕະລາງໃນໂໝດ Design View
3. ຫຼັງຈາກເປີດຕາຕະລາງໃນ Design View ແລ້ວ ທ່ານຕ້ອງເຮັດຫຍັງຕໍ່ໄປເພື່ອກໍ່ຕັ້ງກຸນແຈລວມ?
A) ເລືອກຟິວດຽວແລ້ວກົດ Primary Key
B) ເລືອກຫຼາຍຟິວທີ່ຕ້ອງການໃຫ້ເປັນກຸນແຈລວມ ແລ້ວກົດ Primary Key
C) ພິມຄ່າເອກະລັກໃໝ່ລົງໃນກ່ອງຂໍ້ມູນ
D) ບັນທຶກຕາຕະລາງແລ້ວປິດແອັບພິເກຊັນ
ຄໍາຕອບ:
B) ເລືອກຫຼາຍຟິວທີ່ຕ້ອງການໃຫ້ເປັນກຸນແຈລວມ ແລ້ວກົດ Primary Key
4. ກຸນແຈລວມມີປະໂຫຍດໃນສະຖານະການໃດ?
A) ເມື່ອມີຟິວດຽວສາມາດເຮັດໜ້າທີ່ເປັນ Primary Key ໄດ້
B) ເມື່ອຂໍ້ມູນຈໍາເປັນຕ້ອງໃຊ້ຟິວຫຼາຍອັນເພື່ອຮະບຸຄວາມເປັນເອກະລັກ
C) ເມື່ອບໍ່ຈໍາເປັນມີ Primary Key ໃນຕາຕະລາງ
D) ເມື່ອຕ້ອງການເພີ່ມຂໍ້ມູນຢ່າງຮວດເລັງ
ຄໍາຕອບ:
B) ເມື່ອຂໍ້ມູນຈໍາເປັນຕ້ອງໃຊ້ຟິວຫຼາຍອັນເພື່ອຮະບຸຄວາມເປັນເອກະລັກ
5. ການລົບກຸນແຈລວມອອກ ຈະເຮັດໄດ້ແນວໃດໃນ Microsoft Access?
A) ເລືອກຟິວທີ່ຖືກກໍ່ຕັ້ງເປັນ Primary Key ແລ້ວກົດປຸ່ມ Remove Primary Key
B) ລົບຕາຕະລາງແລ້ວສ້າງໃໝ່
C) ປິດແອັບພິເກຊັນແລ້ວເປີດໃໝ່
D) ຄັດລອກຂໍ້ມູນໄປຕາຕະລາງອື່ນ
ຄໍາຕອບ:
A) ເລືອກຟິວທີ່ຖືກກໍ່ຕັ້ງເປັນ Primary Key ແລ້ວກົດປຸ່ມ Remove Primary Key
0 Comments