ຂັ້ນຕອນໃນການໃຊ້ SmartArt ໃນ PowerPoint
ການໃຊ້ SmartArt ແມ່ນວິທີທີ່ດີໃນການນຳສະແດງຂໍ້ມູນໃຫ້ເຂົ້າໃຈງ່າຍ ແລະ ໜ້າສົນໃຈ ໂດຍສາມາດນຳໃຊ້ໃນການສະແດງຂະບວນການ ຂັ້ນຕອນ ລຳດັບຊັ້ນ ຄວາມສຳພັນ ແລະ ອື່ນໆໄດ້ຢ່າງມີປະສິດທິພາບ
ຂັ້ນຕອນ:
1. ເປີດ PowerPoint ແລ້ວເລືອກສະໄລທ໌ທີ່ຕ້ອງການໃສ່ SmartArt
2. ໄປທີ່ເມນູ "ແຊກ" (Insert)
3. ໃຫ້ຄລິກທີ່ "SmartArt" ຈະປາກົດໜ້າຕ່າງໃຫ້ເລືອກຮູບແບບກາຟຟິກ
4. ເລືອກປະເພດທີ່ຕ້ອງການ ເຊັ່ນ:
o List (ລາຍການ) – ເຫາະສຳລັບສະແດງຫົວຂໍ້ ຫຼື ໄອເດຍ
o Process (ຂະບວນການ) – ສະແດງຂັ້ນຕອນຕ່າງໆ
o Cycle (ວົງຈອນ) – ໃຊ້ສຳລັບສິ່ງທີ່ເກີດຊ້ຳ
o Hierarchy (ລຳດັບຊັ້ນ) – ເຊັ່ນ ໂຄງສ້າງອົງການ
o Relationship (ຄວາມສຳພັນ) – ສະແດງຄວາມເກັ່ຽວພັນ
5. ເລືອກຮູບແບບທີ່ຕ້ອງການ ແລ້ວຄລິກ "ຕົກລົງ"
6. ພິມຂໍ້ຄວາມລົງໃນຊ່ອງຂອງ SmartArt ຫຼືໃນ Text Pane ຂ້າງຊ້າຍ
7. ປັບແຕ່ງໄດ້ຕາມຕ້ອງການ ເຊັ່ນ:
o ປ່ຽນສີ ແລະ ຮູບແບບໃນເມນູ SmartArt Design
o ຂະຫນາດ / ຕຳແໜ່ງ / ການຫມຸນ
o ໃສ່ຄວາມເຄື່ອນໄຫວຫຼືລູກເລ່ນພິເສດ
ຂໍ້ສອບ
ຂໍ້ 1: ຂັ້ນຕອນທຳອິດໃນການໃຊ້ SmartArt ໃນ PowerPoint ແມ່ນຢ່າງໃດ?
A. ປ່ຽນສີ SmartArt
B. ໄປທີ່ເມນູ "ແຊກ" (Insert)
C. ຄລິກປຸ່ມພາບ
D. ເລືອກໂຄງສ້າງອົງການ
ຂໍ້ 2: ຮູບແບບ SmartArt ໃດທີ່ໃຊ້ເພື່ອສະແດງຂັ້ນຕອນຕ່າງໆ?
A. Cycle (ວົງຈອນ)
B. List (ລາຍການ)
C. Process (ຂະບວນການ)
D. Hierarchy (ລຳດັບຊັ້ນ)
ຂໍ້ 3: ຂໍ້ໃດເປັນຄວາມສາມາດຂອງ SmartArt?
A. ສະແດງໄດ້ສະເໝີໆແບບຂໍ້ຄວາມປົກກະຕິ
B. ສະແດງຂໍ້ມູນໃຫ້ເຂົ້າໃຈງ່າຍ ແລະ ໜ້າສົນໃຈ
C. ສະແດງເອົ້າໄຟລ໌
D. ເພີ່ມແຕ່ຂໍ້ຄວາມໄວ້ໃນ Slide
---
ຂໍ້ 4: ຂັ້ນຕອນໃດໃນການປ່ຽນສີ ຫຼື ຮູບແບບຂອງ SmartArt?
A. ໃຊ້ເມນູ Slide Show
B. ເລືອກເມນູ SmartArt Design
C. ເປີດ Text Pane
D. ປ່ຽນພື້ນຫຼັງ Slide
0 Comments