Thursday, February 15, 2024

ກົດລະບຽບ

Filled under:

 

ກົດລະບຽບຂອງນັກຮຽນ ມສ ເມືອງຄີ່ ສົກຮຽນ 2020-2021

ພາກທີ່ I

ວ່າດ້ວຍການຮັບເອົານັກຮຽນເຂົ້າຮຽນ

ມາດຕາ 1: ບຸກຄົນທີ່ຈະຖືກຮັບເຂົ້າຮຽນ ເປັນນັກຮຽນ ມ/ສ ເມືອງຄີ່ ຕ້ອງມີມາດຕະຖານດັ່ງນີ້:

1.    ຕ້ອງແມ່ນສັນຊາດລາວ

2.    ຕ້ອງຮຽນຈົບປະຖົມ

3.    ຕ້ອງມີຄຸນສົມບັດດີ

4.    ບໍ່ມີຄະດີໃດໆທັງໝົດ

5.    ບໍ່ເປັນຜູ້ຕິດຍາເສບຕິດ

ມາດຕາ 2: ຜູ້ທີ່ຈະມາເຂົ້າໂຮງຮຽນ ມ/ສ ເມືອງຄີ່ ຕ້ອງມາກ່ອນວັນປິດຮັບນັກຮຽນ

ມາດຕາ 3: ຜູ້ທີ່ຍົກຍ້າຍໂຮງຮຽນອື່ນມາເຂົ້າຮຽນຕ້ອງມີເອກະສານຍົກຍ້າຍການຮຽນທີ່ຖືກຕ້ອງ ແລະ ມາກ່ອນມື້ປິດຮັບ

ມາດຕາ 4: ຜູ້ທີ່ມາຮຽນຕ້ອງເຂົ້າຫ້ອງຮຽນຕາມການຊັບຊ້ອນ ແລະ ຕາມຊັ້ນຂອງຕົນທີ່ຮຽນຈົບມາໃນແຕ່ລະຊັ້ນ

ພາກທີ່ II

ລະບຽບທົ່ວໄປສຳລັບນັກຮຽນ

ມາດຕາ 5: ນັກຮຽນທຸກຄົນທີ່ເຂົ້າຮຽນ ຕ້ອງນຸ່ງຖື ແລະ ແຕ່ງກາຍໃຫ້ຖືກຕ້ອງຕາມລະບຽບເຊັ່ນ:

v  ນັກຮຽນຊາຍຕ້ອງນຸ່ງໂສ້ງຂາຍາວສີດຳ ຫຼື ສີຟ້າ (ປະເພດສຸພາບ) ໃຫ້ພໍດີບໍ່ຄັບ ຫຼື ໂຫຼມເກີນໄປ, ໃສ່ສາຍແອວໜັງສີດຳ, ເສື້ອຂາວແຂນຍາວ ຫຼື ແຂນສັ້ນກໍ່ໄດ້ ແຕ່ຕ້ອງໃຫ້ມີຄໍ ການນຸ່ງຕ້ອງເອົາເສື້ອເຂົ້າໃນໂສ້ງ.

v  ນັກຮຽນຍິງຕ້ອງນຸ່ງສີ້ນຕັດສຳເລັດສີດຳ ຫຼື ສີຟ້າ ຕີນສີ້ນກ້ວາງປະມານ 12-15 ຊມ, ໃສ່ສາຍແອວໜັງດຳ, ເສື້ອຕ້ອງແມ່ນສີຂາວມີຄໍແຂນສັ້ນ ຫຼື ແຂນຍາວກໍ່ໄດ້ ແຕ່ຕ້ອງໃຫ້ມີຄໍ ການນຸ່ງຕ້ອງເອົາເສື້ອເຂົ້າໃນສີ້ນ

ມາດຕາ 6: ນັກຮຽນທຸກຄົນທີ່ເຂົ້າຮຽນຕ້ອງໃສ່ເກີບສູບສຸພາບຫຼືເກີບຜ້າສີຂາວສີດຳ (ທັງຍິງ ແລະ ຊາຍ)

ມາດຕາ 7: ນັກຮຽນຊາຍທຸກຄົນຕ້ອງຕັດຜົມສັ້ນ (ຕັດເປີດ ຫຼື ຕັດແມັກກໍ່ໄດ້) ຫ້າມຍ້ອມຜົມ ບໍ່ໃຫ້ແຕ່ງກາຍກົງກັນຂ້າມກັບເພດຊາຍ. ນັກຮຽນຍິງຕ້ອງຈົ່ງຜົມຍາວ ມັດ ຫຼື ເປຍ  ຫ້າມ ດັດ ແລະ ຍ້ອມຜົມ

ມາດຕາ 8: ນັກຮຽນທຸກຄົນຕ້ອງມາໂຮງຮຽນໃຫ້ທັນເວລາກ່ອນໂມງຮຽນ 5 ນາທີ ຖ້າກາຍ 5 ນາທີຕ້ອງຂໍອານຸຍາດເຂົ້າຫ້ອງນຳຄູ-ອາຈານ, ຖ້າຊ້າກາຍ 10 ນາທີໂຈະການຮຽນໃນຊົ່ວໂມງນັ້ນ.

ມາດຕາ 9: ຖ້າຮອດໂມງຮຽນນັກຮຽນທຸກຄົນຕ້ອງເຂົ້າຫ້ອງຮຽນກ່ອນຄູ-ອາຈານຈະມາຂື້ນຫ້ອງສອນທຸກຄັ້ງ.

ພາກທີ່ III

ວ່າດ້ວຍລະບຽບຂໍ້ຫ້າມຕ່າງໆ

ມາດຕາ 10: ຂໍ້ຫ້າມທົ່ວໄປ:

1. ຫ້າມນັກຮຽນທຸກຄົນກະທໍາຜິດກົດໝາຍແຫ່ງ ສປປລາວ

2. ຫ້າມຈັດຕັ້ງອົງການໃດໜື່ງໂດຍບໍ່ໄດ້ຮັບອານຸຍາດ

3. ຫ້າມຈັດຕັ້ງໂຮມຊຸມນຸມໂດຍບໍ່ໄດ້ຮັບອານຸຍາດ

4. ຫ້າມບໍ່ໃຫ້ຫຼິ້ນການພະນັນທຸກປະເພດບໍ່ວ່າສະຖານທີ່ໃດ.

5. ຫ້າມເສບສິ່ງເສບຕິດຕ່າງໆ ແລະ ມີໄວ້ຄອບຄອງຢ່າງເດັດຂາດ

6. ຫ້າມນັກຮຽນທຸກຄົນດື່ມເຫຼົ້າ,ດື່ມເບຍ ແລະ ເຂົ້າຮ້ານບັນເທີງຕ່າງໆຢ່າງເດັດຂາດ.

7. ຫ້າມນັກຮຽນທຸກຄົນສູບຍາໂດຍສະເພາະໃນໂຮງຮຽນ

8. ຫ້າມທໍາລາຍຂອງສ່ວນລວມ ແລະ ນຳເອົາຂອງສ່ວນລວມໄປໃຊ້ສ່ວນຕົວໂດຍບໍ່ໄດ້ຮັບອານຸຍາດ

9. ຫ້າມລັກໂລບເອົາຂອງສ່ວນລວມ ຫຼື ຂອງຄົນອື່ນເດັດຂາດ

10. ຫ້າມຜິດຖຽງ ແລະ ອາລະວາດຕີກັນເດັດຂາດຢູ່ໃນສະຖານທີ່ໃດກໍ່ຕາມ

11. ຫ້າມນໍາເອົາອາວຸດສົງຄາມ ຫຼື ຂອງແຂງທຸກຊະນິດເຂົ້າມາໃນໂຮງຮຽນໂດຍບໍ່ໄດ້ຮັບອານຸຍາດ.

12. ຫ້າມນັກຮຽນຍິງ-ຊາຍພົວພັນກັນແບບຊູ້ສາວ ແລະ ລັກເອົາກັນເປັນຜົວຫຼືເມຍຢ່າງເດັດຂາດ

13. ຫ້າມທໍາລາຍໜັງສື ຫຼື ປ້າຍຕ່າງໆບໍ່ວ່າຢູ່ໃນສະຖານທີ່ໃດກໍ່ຕາມ

14. ຫ້າມນັກຮຽນທຸກຄົນຂີ່ລົດຈກມາໂຮງຮຽນເດັດຂາດປີນີ້ແມ່ນໂຮງຮຽນອະນຸມັດຂີ່ລົດຈັກມາໄດ້ແຕ່ຕ້ອງເອົາມາຈອດໄວ້ບ່ອນທີ່ໂຮງຮຽນກໍານົດໃຫ້ເທົ່ານັ້ນ

15. ຫ້າມນັກຮຽນປອມແປງເອກະສານ ແລະ ລາຍເຊັນຕ່າງໆ.

16. ຫ້າມນັກຮຽນຍິງຕັດຜົມສັ້ນ, ດັດຜົມ, ທາສີເລັບ, ແຕ່ງໜ້າເກີນຄວນ.

17. ຫ້າມນັກຮຽນຊາຍຈົ່ງຜົມຍາວ, ໃສ່ຕຸ່ມຫູ, ແຖ, ສັກລາຍ, ແຕ້ມລາຍ.

18. ຫ້າມນັກຮຽນໃສ່ໝວກໃນເວລາຮຽນ ຫຼື ໃສ່ຂື້ນຫ້ອງເດັດຂາດ.

19. ຫ້າມນັກຮຽນທຸກຄົນໃສ່ເຄື່ອງເອ້ຍ້ອງທີ່ມີມູນຄ່າສູງມາໂຮງຮຽນ.

20. ຫ້າມນັກຮຽນຍິງ-ຊາຍທຸກຄົນຟ້ອນລໍາວົງໃນງານບຸນ ແລະ ຮ້ານບັນເທິງຕ່າງໆ.

21. ຫ້າມນັກຮຽນທຸກຄົນຂາຍເຄື່ອງດື່ມມືນເມົາ ແລະ ຊັດປູມເປົ້າໃນງານບຸນ ແລະ ງານອື່ນໆເດັດຂາດ.

22. ຫ້າມນັກຮຽນວົນແຊວໃນໂມງຮຽນ ຫຼື ໃຊ້ສຽງດັງລົບກວນຜູ້ອື່ນ.

23. ຫ້າມນັກຮຽນຫຼີ້ນກິລາໃນໂມງຮຽນນອກຈາກໄດ້ຮັບອານຸຍາດຈາກອົງການຈັດຕັ້ງໂຮງຮຽນ

24. ຫ້າມນັກຮຽນຂາດໂຮງຮຽນໂດຍບໍ່ມີເຫດຜົນຖ້າມີເຫດຜົນຕ້ອງລາຍງານໃຫ້ຄູປະຈໍາຫ້ອງແລະການຈັດຕັ້ງໂຮງຮຽນຮັບຮູ້ນຳ.

25. ຫ້າມນັກຮຽນທ່ຽວກາງຄືນກ່າຍ 21:00 ໂມງເປັນອັນຂາດ.

26. ຫ້າມນັກຮຽນທີ່ຢູ່ຕູບພັກເຊົາອານຸຍາດໃຫ້ຄົນອື່ນໃຊ້ເປັນບ່ອນຫຼີ້ນການພະນັນ ແລະ ມົວສຸ່ມສີ່ງບໍ່ດີເດັດຂາດ.

27. ຫ້າມໃຊ້ວາຈາຫຍາບຊ້າຕໍ່ຄູ-ອາຈານ ແລະ ໝູ່ເພື່ອນດ້ວຍກັນ.

28. ຫ້າມນັກຮຽນທຸກຄົນເອົາໂທລະສັບສະມາສໂຟນມາໃຊ້ໃນໂມງຮຽນຫຼືເວລາຂື້ນຫ້ອງນອກຈາກໄດ້ຮັບອານຸຍາດຈາກຄູ.

29. ຖ້ານັກຮຽນ ມ1-ມ7 ອອກໂຮງຮຽນກາງປິເພື່ອສ້າງຄອບຄົວທາງໂຮງຮຽນຈະໄດ້ປັບໃໝຜູ້ລະ 500.000 ກີບ/ຄົນ/ປີ

 

 

 

 

 

 

ພາກທີ່ IV

ການກະທຳຜິດລະບຽບທີ່ຖືກຕັດຄະແນນ

ໃນໜຶ່ງສົກຮຽນນັກຮຽນຜູ້ໜຶ່ງໄດ້ຮັບຄະແນນຄຸນສົມບັດ ຄະແນນກິລິຍາມາລະຍາດ

600 ຄະແນນ, ຖ້າມີນັກຮຽນຄົນໃດກະທໍາຜິດຕໍ່ກົດລະບຽບຈະຖືກຕັດຄະແນນດັ່ງນີ້:

ລ/ດ

ການກະທໍາຜິດກໍ່ໃຫ້ເກີດຄວາມຜິດ

ຄະແນນຖືກຕັດ

1

ຈັດຕັ້ງອົງການໃດໜຶ່ງໂດຍບໍ່ໄດ້ຮັບອານຸຍາດ

600

2

ຈັດຕັ້ງໂຮມຊຸມນຸມໂດຍບໍ່ໄດ້ຮັບອານຸຍາດ

600

3

ຫຼີ້ນການພະນັນບໍ່ວ່າຢູ່ສະຖານທີ່ໃດ

300

4

-ເສບສິ່ງເສບຕິດບໍ່ວ່າຢູ່ສະຖານທີ່ໃດ 1 ຄັ້ງ

-ເສບສິ່ງເສບຕິດບໍ່ວ່າຢູ່ສະຖານທີ່ໃດ 2 ຄັ້ງ

-ທັງເສບທັງຂາຍ ຫຼື ມີໄວ້ຄອບຄອງ

300

500

600

5

ດື່ມເຫຼົ້າເມົາ, ແລ້ວອາລະວາດຜູ້ອື່ນ

300

6

-ສູບຢາຢູ່ສະຖານທີ່ອື່ນ ຄູ-ອາຈານພົບເຫັນ

-ສູບຢາຢູ່ໃນບໍລິເວນໂຮງຮຽນ

100

200

7

ທໍາລາຍຂອງສ່ວນລວມ ຫຼື ເອົາຂອງສ່ວນລວມໄປໃຊ້ສ່ວນຕົວ

200

8

ລັກໂລບເອົາຂອງສ່ວນລວມໄປເປັນຂອງສ່ວນຕົວ

200

9

ລັກເຄື່ອງຄົນອື່ນມີມູນຄ່າ 1.000ກີບຫາ 10.000ກີບ

ລັກເຄື່ອງຄົນອື່ນມີມູນຄ່າ 11.000ກີບຫາ 50.000ກີບ

ລັກເຄື່ອງຄົນອື່ນມີມູນຄ່າ 51.000ກີບຫາ 100.000ກີບ

ລັກເຄື່ອງຄົນອື່ນມີມູນຄ່າ 110.000ກີບ ຂື້ນໄປ

100

300

500

600

10

-ຖ້າຜິດຖຽງ ແລະ ອາລະວາດຕີກັນບໍ່ວ່າສະຖານທີ່ໃດເຊັ່ນ:

-ນັກຮຽນກັບປະຊາຊົນ 1 ຄັ້ງ

-ນັກຮຽນກັບນັກຮຽນ 1 ຄັ້ງ

-ຖ້າກາຍໜື່ງຄັ້ງຂື້ນໄປແມ່ນຄູນ 2 ຕາມແຕ່ກໍລະນີ

 

200

300

11

ເອົາອາວຸຸດ ຫຼື ຂອງແຂງມານາບຄູ່ຄົນອື່ນໃນໂຮງຮຽນ

500

12

-ນັກຮຽນພົວພັນກັນແບບຊູ້ສາວ

-ນັກຮຽນບໍ່ວ່າຍິິງ ຫຼື ຊາຍຫຼິ້ນກິນຜິດລະບຽບ ແລະ ຮີດຄອງປະເພນີຈະເປັນຄົນໃນ ຫຼື ນອກກໍ່ຕາມ

300

500

13

ທຳລາຍໜັງສື ຫຼື ປ້າຍຕ່າງໆ

 

200

14

-ນັກຮຽນຂາດໂຮງຮຽນໂດຍບໍ່ມີເຫດຜົນຊົ່ວໂມງລະ

-ຂາດເຄົາລົບທຸງຊາດຄັ້ງລະ

-ຂາດອອກແຮງງານລວມໝູ່ຄັ້ງລະ

-ຂາດຮ່ວມກິດຈະກໍາອື່ນໆທີ່ທາງໂຮງຮຽນຈັດຂື້ນຄັ້ງລະ

10

20

20

10

15

ນັກຮຽນປອມແປງເອກະສານ ແລະ ລາຍເຊັນ

300

16

ນັກຮຽນຍິງຕັດຜົມສັ້ນ, ດັດຜົມ, ທາສີເລັບ, ແຕ່ງກາຍເກີນຄວນ

50

17

ນັກຮຽນຊາຍຈົ່ງຜົມຍາວ, ແຖຜົມບໍ່ມີເຫດຜົນ, ໃສ່ຕຸ່ມຫູ, ໃສ່ມວກ

50

18

ຟ້ອນລຳວົງໃນງານບຸນ ແລະ ງານຕ່າງຄັ້ງລະ

100

19

ນັກຮຽນຍິງຂາຍເຄື່ອງດື່ມມືນເມົາ ແລະ ຊັດປຸມເປົ້າໃນງານຕ່າງໆ

50

20

ນັກຮຽນວົນແຊວໃນໂມງຮຽນບອກບໍຟັງ

10

21

ໃນຊົ່ວໂມງຮຽນນັກຮຽນຫຼິ້ນກິລາໂດຍບໍ່ໄດ້ຮັບອານຸຍາດ

10

22

ນັກຮຽນໃຊ້ວາຈາຍາບຊ້ານາບຂູ່ຕໍ່ຄູອາຈານ ແລະ ໝູ່ຄູ່

200

 

ພາກທີ່ V

ວ່າດ້ວຍການປະຕິບັດລະບຽບວິໃນຕໍ່ຜູ້ກະທຳຜິດ

ມາດຈາ 12: ຖ້ານັກຮຽນຄົນໃດຫາກກະທຳຜິດລະບຽບ ແລະ ຖືກຕັດຄະແນນຈະໄດ້ປະຕິບັດດັ່ງນິ້:

1.    ນັກຮຽນຖືກຕັດຄະແນນແຕ່ 60-100 ຄະແນນ ຈະຖືກຕັກເຕຶອນຈາກຄູປະຈໍາຫ້ອງ

2.    ນັກຮຽນຖືກຕັດຄະແນນແຕ່ 101-200 ຄະແນນ ຈະຖືກສໍາລວດຈາກຄູປະຈໍາຫ້ອງພ້ອມທັງຂຽນໃບສຳຫຼວດຂັ້ນຫ້ອງ ແລະ ເສຍຄ່າທຳນຽມ 10.000 ກີບ

3.    ນັກຮຽນຖືກຕັດຄະແນນແຕ່ 100-300 ຄະແນນ ຂະຖືກສໍາຫຼາດຈາກປ້ອງກັນໂຮງຮຽນພ້ອມທັງຂຽນໃບສຳຫຼວດໂດຍໃຫ້ຜູ້ປົກຄອງເຊັນຢັ້ງຢືນ ແລະ ເສຍຄ່າທຳນຽມ 20.000 ກີບ

4.    ນັກຮຽນຖືກຕັດຄະແນນແຕ່ 301 ຄະແນນຂື້ນໄປ ຈະຖືກສໍາລວດຂັ້ນໂຮງຮຽນທັງຂຽນໃບສໍາຫຼວດໂດຍໃຫ້ຜູ້ປົກຄອງເຊັນຮັບປະກັນ ແລະ ເສຍຄ່າທຳນຽມ 40.000 ກີບ

5.    ນັກຮຽນຖືກຕັດຄະແນນແຕ່ 450-500 ຄະແນນ ຈະອະນຸໂລມໃຫ້ສອບເສັງເລື່ອນຊັ້ນ ແລະ ຈົບຊັ້ນ

6.    ນັກຮຽນຖືກຕັດຄະແນນແຕ່ 551-599 ຄະແນນ ບໍ່ມີສິດສອບເສັງເລື່ອນຊັ້ນ ແລະ ຈົບຊັ້ນ

7.    ນັກຮຽນຖືກຕັດຄະແນນແຕ່ 600 ຄະແນນ ຈະຖືກໄລ່ອອກໂຮງຮຽນ(ພົ້ນຈາກການເປັນນັກຮຽນ)

8.    ຖ້ານັກຮຽນອອກໂຮງຮຽນກາງປີຈະປັບໃໝຜູ້ລະ 500.000 ກີບ

9.    ຖ້ານັກຮຽນອອກໂຮງຮຽນເອົາຜົວ ຫຼື ເອົາເມຍຈະປັບໃໝດັ່ງນີ້:

-    ນັກຮຽນເອົານັກຮຽນຜູ້ລະ 500.000 ກີບ/ຄົນ

-    ນັກຮຽນເອົາປະຊາຊົນຜູ້ລະ 500.000 ກີບ/ຄົນ

 

 

ຜູ້ອຳນວຍການໂຮງຮຽນ

 

 

 

 

 

 

 

 

 

 

 

ປີຮຽນ................................ເດືອນ...................................................................................

ຊື່ ແລະ ນາມສະກຸນ...............................................................ເລກປະຈຳຕົວ......................

ຫ້ອງ.................................ຈຳນວນນັກຮຽນໃນຫ້ອງ.............................................................

 

ລ/ດ

ເດືອນ

ຄະແນນຄຸນສົມບັດ

1

ເດືອນ 9

 

2

ເດືອນ 10

 

3

ເດືອນ 11

 

4

ເດືອນ 12

 

5

ເດືອນ 01

 

6

ເດືອນ 02

 

7

ເດືອນ 03

 

8

ເດືອນ 04

 

9

ເດືອນ 05

 

10

ເດືອນ 06

 

ຄະແນນລວມ

 

 

 

0 comments:

Post a Comment