ຄຳຖາມຄົ້ນຄວ້າປະຫວັດສາດ

 

1.    ຍ້ອນສາເຫດຕົ້ນຕໍໃດ ອາເມຣິກາຈິ່ງເຂົ້າຮ່ວມສົງຄາມໂລກຄັ້ງ 1 ?

   ກ. ຖືກເຢຍລະມັນບຸກຕີ                  ຂ. ເສດຖະກິນຖືກທໍາລາຍ

   ຄ. ເປັນສໍາພັນທະມິດກັບອັງກິດ            ງ. ເພື່ອຜົນປະໂຫຍດຫຼັງສົງຄາມ  

2.     ຍ້ອນເຫດຜົນໃດ ເຮັດໃຫ້ການປະກາດເອກະລາດຂອງລາວ ໃນປີ ຄ.ສ 1945 ບໍ່ຢືນຍົງ ?

   ກ. ຖືກຮຸກຮານ    ຂ. ສົງຄາມແກ່ຍາວ     ຄ. ສົງຄາມກາງເມືອງ      ງ. ເສດຖະກິດຊຸດໂຊມ

3.    ການສ້າງຕັ້ງພັກປະຊາຊົນປະຕິວັດລາວມີຜົນສໍາເລັດ ດ້ານໃດຫລາຍທີສຸດ ?

   ກ. ການຕໍ່ສູ້ໄດ້ຮັບໄຊຊະນະ                 ຂ. ກໍາລັງປະກອບອາວຸດເຂັມແຂງ

   ຄ. ເຂດທີ່ໝັ້ນຂະຫຍາຍຕົວກວ້າງອອກ         ງ. ປະຊາຊົນໃຫ້ການສະໜັບສະໜູນ

4.    ສິ່ງໃດ ເປັນຂໍ້ອ້າງຂອງອາເມຣິກາ ເພື່ອເຂົ້າຮຸກຮານອີຣັກ ໃນປີ ຄສ 2003 ?

   ກ. ສາສະໜາ     ຂ. ຂ້າລ້າງເຜົ່າພັນ     ຄ. ອາວຸດຮ້າຍແຮງ    ງ. ຂັດແຍງກັບກຸ່ມຄ້ານໍ້າມັນ

5.    ຍ້ອນຫຍັງອີຕາລີຈື່ງເຂົ້າຮ່ວມສົງຄາມໂລກຄັ້ງທີ່ 2 ?

  ກ ຢາກເປັນເຈົ້າຄອງໂລກ                   ຂະຫຍາຍລັດທິຊາດນິຍົມ

  ຄ ປົກຄອງດ້ວຍລະບອບຟາຊິດ             ງ ຮັບຜົນປະໂຫຍດຫຼັງສົງຄາມ

6.    ປະເທດໃດເຂົ້າເປັນສະມາຊິກອາຊຽນພ້ອມກັບ ສປປ ລາວ ?

   ກ ກໍາປູເຈຍ            ຂ ມຽນມາ            ຫວຽດນາມ           ງ ຕີມໍ

7.    ບັ້ນຮົບໃດ ຝຣັາງຍອມເສັ້ນສັນຍາເຊີແນວກ່ຽວກັບອິນດູຈີນ 1954 ?

  ກ ບັ້ນຮົບກູ້ກຽດ    ຂ ບັ້ນຮົບທ່າແຂກ      ຄ ບັ້ນຮົບດຽນບຽນຟູ      ງ ບັ້ນຮົບລານເຊີນ 719

8.    ສັນຍາເຊີແນວກໍານົດໃຫ້ກອງທະຫານຝ່າຍປະເທດລາວໄປເຕົ້າຮ່ວມຢູ່ໄສ ?

  ກ ຫົວພັນ - ຜົ່ງສາລີ                   ຂ ຊຽງຂວາງ - ຫົວພັນ

  ຄ ວຽງຈັນ - ຊຽງຂວາງ                  ງ ວຽງຈັນ - ຫລວງພະບາງ

9.    ຜູ້ນໍາຈີນຄົນໃດ ທີ່ພັດທະນາລະບົບເສດຖະກິດຕາມນະໂຍບາຍ “ ກ້າວກະໂດດໄກ “ ?

  ກ ທ່ານ ສີຈິນຜິງ                         ຂ ທ່ານ ຈຽງ ເຈີໜົງ   

  ຄ ທ່ານ ເໝົາ ເຈີຕຸງ                      ງ ທ່ານ ເຕີ້ງ ສຽວຜິງ

10. ຄໍາວ່າ “ ເຊດິນ ” ມີຄວາມໝາຍວ່າແນວໃດ ?

 ກ ຄະນະກໍາມະການກວດກາສາກົນ                ຂ ອົງການປະລະມະນູລະຫວ່າງປະເທດ

ຄ ສັນຍາຢຸດຕິການປະທະກັນດ້ວຍກໍາລັງທະຫານ  ງ ຄະນະກໍາມະການປ້ອງກັນຜົນປະໂຫຍດຂອງຊາດ

11. ສາເຫດຕົ້ນຕໍ ຂອງວິກິດການທາງດ້ານເສດຖະກິດໃນສະຫະພາບໂຊວຽດປີ ຄສ 1980 ແມ່ນຫຍັງ ?

  ກ ເກີດມີໄພເງີນເຟີ້                        ຂ ຜົນຜະລິດກະສິກໍາບໍ່ພຽງພໍກັບຄວາມຕ້ອງການ

  ຄ ເກີດມີໄພວ່າງງານ                    ງ ຜົນຜະລິດອຸດສາຫະກໍາບໍ່ພຽງພໍກັບຄວາມຕ້ອງການ

12. ຖ້າຢາກໃຫ້ປະເທດມີຄວາມກ້າວໜ້າຕ້ອງພັດທະນາດ້ານໃດກ່ອນ ?

  ກ ເສດຖະກິດ       ຂ ການສຶກສາ          ຄ ປ້ອງກັນຊາດ        ງ ສາທາລະນະສຸກ

13. ພຶດຕິກໍາໃດ ສະແດງເຖິງການຮັກສາວັດທະນະທໍາຫຼາຍທີ່ສຸດ ?

  ກ ແຕ່ງກາຍ         ຂ ທີ່ຢູ່ອາໄສ           ຄ ພາສາປາກເວົ້າ        ງ ອາຫານ

14. ສົງຄາມໂລກຄັ້ງທີ 2 ຟາຊິດເຢຍລະມັນບຸກໂຈມຕີເຂົ້າປະເທດໃດກ່ອນໝູ່ ?

 ກ ໂປໂລຍ        ຂ ແບນຊິກ        ຄ ຝຣັ່ງ        ສະຫະພາບໂຊວຽດ

15. ຍ້ອນຫຍັງປະເທດຣັດເຊຍຈື່ງບໍ່ຈັດເປັນປະເທດທີ່ຊະນະສົງຄາມໂລກຄັ້ງທີ 1 ?

  ກ ຖືກສົງຄາມທໍາລາຍ                  ຂ ຖອນຕົວອອກຈາກສົງຄາມ

  ຄ ຖືກປົກຄອງຈາກເຢຍລະມັນ            ງ ຖອນຕົວອອກຈາກກຸ່ມການທະຫານ

16. ຈຸດປະສົງຕົ້ນຕໍ່ທີ່ນາຍຄູຄໍາສອນຄົນລາວແມ່ນຫຍັງ ?

   ກ ໃຫ້ມີຄວາມຮູ້      ຂ ມີຄວາມກ້າຫານ      ຄ ມີຄວາມຮັກຊາດ      ງ ມີຄວາມເສຍລະຫຼະ

17. ການສະລາຍຕົວຂອງສົງຄາມເຢັນ ມີຜົນດີຕໍ່ໂລກດ້ານໃດ ຫຼາຍທີ່ສຸດ ?

  ກ ມີສັນຕິພາບ                             ຂ ຜ່ອນຄວາມເຄັ່ງຕຶງ      

   ຄ ຜ່ອນຄວາມຮຸນແຮງ                      ງ ຮ່ວມມືລະຫວ່າງປະເທດ

18. ຊາກລະເບິດທີຫຼົງເຫຼືອຈາກສົງຄາມອາເມຣິກາຢູ່ລາວໃຫ້ຂໍ້ຄິດແກ່ປະຊາຊົນລາວດ້ານໃດຫຼາຍກວ່າໝູ່?

   ກ ເຫັນຄວາມໂຫດຮ້າຍຂອງສົງຄາມ            ຂ ມີຄວາມສະເທືອນໃຈຕໍ່ການດໍາລົງຊີວິດ

   ຄ ເປັນຫຼັກຖານການຮຸກຮານຂອງຈັກກະພັດ       ງ ສ້າງຄວາມຫຍຸ້ງຍາກແກ່ການທໍາມາຫາກິນ

19. ຮູບການໃດ ທີ່ອາເມຣິກາດໍາເນີນການຍຶດຄອງລາວຕາມທິດສະດີ “ ໂຕມີໂນ ” ?

ກ. ຊ່ວຍເຫຼືອດ້ານການທະຫານ - ການເມືອງ    ຂ ຊ່ວຍເຫຼືອດ້ານການທະຫານ - ເສດຖະກິດ

ຄ ຊ່ວຍເຫຼືອດ້ານການທະຫານ - ເຕັກໂນໂລຊີ   ງ ຊ່ວຍເຫຼືອດ້ານການທະຫານ ແລະ ວັດທະນາທໍາ

20. ປະເທດລາວ ສະຖາປານາ ໃນວັນທີ່ ເດືອນ ປີ ຄສ ໃດ ?

  ກ ວັນທີ 2 ທັນວັນ ປີຄສ 1965              ຂ ວັນທີ 2 ທັນວັນ ປີຄສ 1975

  ຄ ວັນທີ 12 ທັນວັນ ປີຄສ 1975             ງ ວັນທີ 22 ທັນວັນ ປີຄສ 1965

 

Post a Comment

0 Comments